ຄຳເຫັນຂອງຂະແໜງການ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍລັດວິສາຫະກິດ
ໂດຍ: ທ່ານ ປອ ອາຄົມເດດ ວົງໄຊ
ຜູ້ອຳນວຍການໃຫຍ່, ລັດວິສາຫະກິດໄຟຟ້າລາວ.
ກອງປະຊຸມ: ສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈຳປີ 2025
ວັນທີ: 17 ທັນວາ 2025
ສະຖານທີ່: ຫ້ອງປະຊຸມສູນ ICTC, ນະຄອນຫຼວງວຽງຈັນ
1. ສະພາບລວມ ແລະ ໝາກຜົນການປະຕິຮູບຜ່ານມາ
ໄຟຟ້າລາວໄດ້ຈັດຕັ້ງປະຕິບັດແຜນປະຕິຮູບປີ 2022 ແລະ ແຜນປັບປຸງປີ 2025 ຕາມ 4 ມາດຕະການແກ້ໄຂໜີ້ສິນຂອງລັດຖະບານ ພ້ອມທັງດຳເນີນນະໂຍບາຍ 2-4-7 ເພື່ອພັດທະນາທຸລະກິດໃຫ້ໝັ້ນຄົງ ແລະ ຍືນຍົງ. ໝາກຜົນສຳຄັນປະກອບມີ:
- ປັບປຸງອົງກອນ: ປັບໂຄງສ້າງອົງກອນ 4 ຄັ້ງ ຫຼຸດຈຳນວນພະນັກງານຈາກ 6,200 ຄົນ ໃນປີ 2020 ເຫຼືອ 5,700 ຄົນ ແລະ ສ້າງຝ່າຍກວດກາ, ຝ່າຍກົດໝາຍ-ສັນຍາ ແລະ ຝ່າຍ ICT ເພື່ອເພີ່ມປະສິດທິພາບການບໍລິຫານ.
- ປັບປຸງລະບຽບການ: ປັບປຸງກົດລະບຽບບໍລິສັດ ແລະ ຈັດທຳຮ່າງດຳລັດວ່າດ້ວຍການຈັດຕັ້ງ-ເຄື່ອນໄຫວຂອງ ຟຟລ; ນຳໃຊ້ KPI, OKRs, Check-in/Check-out ແລະ 7 ຕົວຊີ້ວັດການດຳເນີນທຸລະກິດ.
- ຫັນເປັນທັນສະໄໝ: ພັດທະນາ Smart Meter ແລະ EDL Mobile App ເພື່ອຍົກລະດັບການບໍລິການ ໂດຍມີແຜນຂະຫຍາຍ Smart Meter ໄປທົ່ວປະເທດ ແລະ ເນັ້ນລູກຄ້າລາຍໃຫຍ່ພາຍໃນປີ 2028.
- ຫຼຸດລາຍຈ່າຍ: ຫຼຸດລາຍຈ່າຍບໍລິຫານປີ 2021–2024 ປະມານ 40–45% ຈາກ 95 ລ້ານໂດລາ ເຫຼືອປະມານ 50 ລ້ານໂດລາ; ກວດພົບການລັກໃຊ້ໄຟ 562 ກໍລະນີ ແກ້ໄຂໄດ້ 490 ກໍລະນີ; ເຈລະຈາປະຢັດຄ່າກໍ່ສ້າງສາຍສົ່ງ-ສະຖານີ 136 ລ້ານໂດລາ ແລະ ປະຢັດການຈັດຊື້ຈັດຈ້າງກວ່າ 35 ຕື້ກີບ. ນອກນັ້ນ ຫຼຸດການສູນເສຍໄຟຟ້າຈາກ 9.91% ໃນປີ 2019 ເຫຼືອ 6.33% ໃນ 6 ເດືອນຕົ້ນປີ 2025 ແລະ ຫຼຸດໄລຍະເວລາໄຟຕົກ-ໄຟມອດລົງຢ່າງຫຼາຍ.
- ເພີ່ມລາຍຮັບ: ນຳພະນັກງານມາດຳເນີນວຽກບຳລຸງຮັກສາເອງ, ຮັບເໝົາກໍ່ສ້າງ ແລະ ຂະຫຍາຍຕາຂ່າຍໃຫ້ເອກະຊົນ; ນຳໃຊ້ສາຍໄຍແກ້ວໃຫ້ເຊົ່າ, ພັດທະນາບໍລິການສາກລົດໄຟຟ້າ ແລະ ຂາຍໄຟຟ້າໃຫ້ສິງກະໂປ ໃນໄລຍະ 2022–2023 ສ້າງລາຍຮັບເກືອບ 20 ລ້ານໂດລາ.
- ແກ້ໄຂໜີ້ຕ້ອງຮັບ: ດຳເນີນການແກ້ໄຂໜີ້ຄ່າໄຟຟ້າຈາກລູກຄ້າຜະລິດໄຟຟ້າ, ເກັບກູ້ໜີ້ຄ່າໄຟຈາກໂຄງການລົດໄຟລາວ-ຈີນໄດ້ປະມານ 113 ຕື້ກີບ ແລະ ສືບຕໍ່ແກ້ໄຂໜີ້ຄ່າໄຟຟ້າຂອງພາກລັດ ແລະ ຊົນລະປະທານ.
2. ການປັບປຸງລາຄາໄຟຟ້າ
- ລາຄາໄຟຟ້າພາກຈຳໜ່າຍ: ປັບປຸງໂຄງສ້າງລາຄາໄຟຟ້າປີ 2025–2029 ເພື່ອເພີ່ມລາຍຮັບ ແລະ ຫຼຸດການຂາດທຶນ. ແຕ່ຄາດວ່າຍັງຂາດດຸນປະມານ 200–300 ລ້ານໂດລາຕໍ່ປີ ຈົນເຖິງປີ 2030 ແລະ ຄາດວ່າຈະສາມາດຊຳລະໜີ້ສະສົມໄດ້ໝົດໃນປີ 2035 ຖ້າປັບລາຄາຕາມກົນໄກເສດຖະກິດ.
- ລາຄາໄຟຟ້າທີ່ຊື້ຈາກຜູ້ຜະລິດ: ເຈລະຈາປັບສັນຍາຊື້ໄຟຟ້າສຳເລັດ 55 ໂຄງການ ລວມ 1,013 MW ຄາດວ່າປະຢັດລາຍຈ່າຍໄດ້ 170 ລ້ານໂດລາໃນໄລຍະ 2021–2030. ນອກນັ້ນ ໄດ້ແກ້ໄຂໜີ້ກັບກຸ່ມເຂື່ອນນ້ຳອູ (Power China) ແລະ ແກ້ໄຂໜີ້ຄ່າໄຟຟ້າກັບ EGAT ສຳເລັດໃນເດືອນ 10/2025.
3. ການປັບໂຄງສ້າງໜີ້ກັບທະນາຄານ
ໄຟຟ້າລາວໄດ້ຊອກຫາແຫຼ່ງທຶນໃໝ່ທີ່ມີເງື່ອນໄຂດີກວ່າເພື່ອ Refinance ໜີ້ເກົ່າ, ກຳນົດແຜນຊຳລະຄືນທັງຕົ້ນທຶນ ແລະ ດອກເບ້ຍໃຫ້ຊັດເຈນ ແລະ ປັບໂຄງສ້າງໜີ້ເງິນກູ້ໄລຍະປີ 2023–2027 ເພື່ອຫຼຸດພາລະການຊຳລະໜີ້ປະຈຳປີຈາກປະມານ 600–700 ລ້ານໂດລາ ເຫຼືອປະມານ 350–400 ລ້ານໂດລາ.
4. ວຽກຈຸດສຸມການປະຕິຮູບເລັ່ງດ່ວນໃນປີ 2026
ແຜນປະຕິຮູບສະບັບປັບປຸງປີ 2025 ປະກອບມີ 6 ກຸ່ມວຽກ, 36 ແຜນງານ ແລະ ຫຼາຍກວ່າ 200 ໜ້າວຽກຍ່ອຍ. ຮອດເດືອນພະຈິກ 2025 ມີຜົນປະຕິບັດ 67.6%. ສຳລັບປີ 2026 ຈະເລັ່ງດຳເນີນວຽກສຳຄັນ 4 ດ້ານ:
1. ສືບຕໍ່ເຈລະຈາປັບໂຄງສ້າງໜີ້ເງິນກູ້ ແລະ ໜີ້ຄ່າໄຟຟ້າຂອງພາກລັດ ແລະ ຊົນລະປະທານໃຫ້ສຳເລັດ.
2. ແກ້ໄຂຂໍ້ຄົງຄ້າງຈາກຜົນການກວດສອບລາຍງານການເງິນປີ 2020 ລະຫວ່າງ ຟຟລ ແລະ ກະຊວງການເງິນ.
3. ສືບຕໍ່ຫັນເປັນດິຈິຕອນ ໂດຍເນັ້ນໂຄງການ Smart Meter ແລະ ລະບົບທັນສະໄໝອື່ນໆ.
4. ປັບປຸງ ແລະ ສ້າງລະບຽບການດ້ານເຕັກນິກ ເຊັ່ນ ມາດຕະຖານອຸປະກອນໄຟຟ້າ, ການບໍລິການໄຟຕົກ-ໄຟມອດ, ຄວາມສະຖຽນລະພາບລະບົບ ແລະ ການເຊື່ອມຕໍ່.
5. ຂໍ້ສະເໜີແນວທາງແກ້ໄຂ
ເພື່ອແກ້ໄຂບັນຫາໜີ້ສິນ ແລະ ສະພາບຄ່ອງ ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດ ຈຶ່ງສະເໜີ 3 ແນວທາງສຳຄັນ:
1. ໃຫ້ລັດຖະບານພິຈາລະນາປັບໂຄງສ້າງໜີ້ເງິນກູ້ທີ່ ຟຟລ ກູ້ຢືມຕໍ່ຈາກກະຊວງການເງິນ ໂດຍໃຫ້ລັດຖະບານຮັບພາລະໜີ້ ແລະ ໃຫ້ ຟຟລ ຊຳລະຕາມຄວາມສາມາດຂອງລາຍຮັບຕົວຈິງ.
2. ໃຫ້ສືບຕໍ່ແກ້ໄຂໜີ້ຄ່າໄຟຟ້າພາກລັດ ແລະ ຊົນລະປະທານ ໂດຍຫັກລົບກັບໜີ້ເງິນກູ້ຂອງກະຊວງການເງິນ ມູນຄ່າທຽບເທົ່າ 51 ລ້ານໂດລາ ໃຫ້ສຳເລັດໃນປີ 2026.
3. ໃຫ້ສືບຕໍ່ຫັນໂຄງການໄຟຟ້າຜະລິດເພື່ອສົ່ງອອກທີ່ໝົດອາຍຸສຳປະທານ ເຂົ້າມາສະໜອງໃນລະບົບຂອງ ຟຟລ ເພື່ອຫຼຸດຕົ້ນທຶນ ແລະ ເພີ່ມຄວາມໝັ້ນຄົງການສະໜອງໄຟພາຍໃນ.
6. ສະຫຼຸບ
ໂດຍລວມ ໄຟຟ້າລາວມີຄວາມຄືບໜ້າໃນການປະຕິຮູບຫຼາຍດ້ານ ທັງການປັບປຸງອົງກອນ, ລະບຽບການ, ການຫັນເປັນດິຈິຕອນ, ການຫຼຸດລາຍຈ່າຍ, ການເພີ່ມລາຍຮັບ ແລະ ການປັບໂຄງສ້າງໜີ້. ແຕ່ຍັງມີບັນຫາໜີ້ສິນ ແລະ ສະພາບຄ່ອງທີ່ຕ້ອງແກ້ໄຂຕໍ່ໄປ. ຈຸດສຳຄັນຄືການແຍກວຽກງານວິຊາສະເພາະອອກຈາກບັນຫາໜີ້ສິນ ເພື່ອໃຫ້ ຟຟລ ສາມາດສຸມໃສ່ພາລະກິດຫຼັກ ຄື ການສະໜອງໄຟຟ້າຢ່າງພຽງພໍ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່, ລັດວິສາຫະກິດໄຟຟ້າລາວ.ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່, ລັດວິສາຫະກິດໄຟຟ້າລາວ.
Powered by Froala Editor

