ການປະກອບຄຳເຫັນ
ໂດຍ: ທ່ານ ສູພົນ ຈັນທະວີໄຊ
ຜູ້ອຳນວຍການ ບໍລິສັດ ລາວໂທລະຄົມ ມະຫາຊົນ
1. ຄວາມເປັນມາ ແລະ ພາບລວມຂອງບໍລິສັດ
ບໍລິສັດ ລາວໂທລະຄົມ ມະຫາຊົນ ສ້າງຕັ້ງຂຶ້ນວັນທີ 11 ພະຈິກ 1996 ມີອາຍຸຄົບຮອບ 29 ປີ ດ້ວຍທຶນຈົດທະບຽນເບື້ອງຕົ້ນ 98.69 ລ້ານໂດລາ, ລັດຖະບານຖືຮຸ້ນ 51% ແລະ Shenington Investments Singapore ຖືຮຸ້ນ 49%. ປັດຈຸບັນມີມູນຄ່າຊັບສິນທັງໝົດ 4,000 ຕື້ກີບ.
2. ການປັບປຸງໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນ
2.1 ວຽກງານພັກ ແລະ ພະນັກງານ
ລາວໂທລະຄົມມີຄະນະພັກຮາກຖານ 9 ສະຫາຍ, 9 ໜ່ວຍພັກ ແລະ ສະມາຊິກພັກ 210 ສະຫາຍ, ຍິງ 70 ສະຫາຍ. ມີອົງການຈັດຕັ້ງມະຫາຊົນ 3 ອົງການ ຄື ຊາວໜຸ່ມ, ສະຫະພັນກຳມະບານ ແລະ ສະຫະພັນແມ່ຍິງ. ເຖິງແມ່ນຮ່ວມທຶນກັບຜູ້ຖືຮຸ້ນຕ່າງປະເທດທີ່ມີລະບອບການເມືອງແຕກຕ່າງກັນ, ແຕ່ວຽກງານພັກ-ພະນັກງານຍັງສາມາດເຄື່ອນໄຫວໄດ້ເຕັມຂີດຄວາມສາມາດ. ທັງ 9 ໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 3 ປີຊ້ອນ (2022, 2023 ແລະ 2024).
2.2 ການປັບປຸງໂຄງສ້າງອົງກອນ
ລາວໂທລະຄົມໄດ້ປະຕິຮູບກົງຈັກການຈັດຕັ້ງຕັ້ງແຕ່ປີ 2020 ຕາມດຳລັດ 03/ນຍ ໂດຍປັບປຸງໂຄງຮ່າງໃຫ້ກະທັດຮັດ ແລະ ມີປະສິດທິພາບ.
- ກ່ອນປີ 2020: 8 ຝ່າຍ, 25 ພະແນກ, 285 ພາກສ່ວນ ແລະ 970 ໜ່ວຍງານ.
- ປັດຈຸບັນ: 3 ຝ່າຍ, 20 ພະແນກ, 202 ພາກສ່ວນ ແລະ 557 ໜ່ວຍງານ.
ຈຳນວນພະນັກງານຫຼຸດລົງ 15% ເຫຼືອ 2,600 ກວ່າຄົນ, ສາມາດປະຫຍັດລາຍຈ່າຍບໍລິຫານ 12 ຕື້ກີບຕໍ່ປີ. ພ້ອມທັງປັບປຸງພາລະບົດບາດ, ມາດຖານຕຳແໜ່ງງານ ແລະ ກຳນົດອັດຕາກຳລັງຄົນໃຫ້ເໝາະສົມກັບການດຳເນີນທຸລະກິດ.
2.3 ການຍົກລະດັບຄວາມຮູ້ ແລະ ຄວາມສາມາດພະນັກງານ
ໄດ້ຍົກສູງຄວາມຮູ້, ວຸດທິການສຶກສາ ແລະ ຄວາມສາມາດຂອງພະນັກງານຜ່ານ:
- ການສ້າງສູນການຮຽນຮູ້ (Learning Center).
- ການຝຶກອົບຮົມພາຍໃນ-ຕ່າງປະເທດ ທັງໄລຍະສັ້ນ ແລະ ຍາວ ເຊັ່ນ On-the-job Training, Re-skills & Up-skills, IOD, Digital CEO, AI, Cloud Computing ແລະ Intelligent Innovations.
- ການນຳໃຊ້ຕົວຊີ້ວັດດ້ານບຸກຄະລາກອນ ເຊັ່ນ Staff Recruitment, Cost per Staff, Revenue per Staff ແລະ Profit per Staff.
- ການສ້າງແຮງຈູງໃຈຜ່ານລະບົບສະຫວັດດີການ, ຄ່າຕອບແທນ, ເງິນເດືອນ ແລະ ເງິນໂບນັດ.
3. ຜົນງານພົ້ນເດັ່ນດ້ານການຄຸ້ມຄອງ ແລະ ດຳເນີນທຸລະກິດ
3.1 ການບໍລິການ ແລະ ໂຄງສ້າງພື້ນຖານ
ປັດຈຸບັນ ລາວໂທລະຄົມມີລູກຄ້າ 3.5 ລ້ານເລກໝາຍ, ສ່ວນແບ່ງຕະຫຼາດ 64% ແລະ ປະຊາກອນກວມເຂົ້າເຖິງສັນຍານ 100%. ມີການນຳໃຊ້ 3G, 4G ແລະ 5G ກວມ 95% ແລະ ມີສະຖານີທັງໝົດ 12,779 ສະຖານີ ປະກອບມີ:
- 3G: 3,516 ສະຖານີ
- 4G: 7,184 ສະຖານີ
- 5G: 55 ສະຖານີ
3.2 ບົດບາດຂອງຄະນະຜູ້ອຳນວຍການໃຫຍ່
ຄະນະຜູ້ອຳນວຍການໃຫຍ່ໄດ້ຄົ້ນຄວ້າ ແລະ ນຳສະເໜີແຜນດຳເນີນທຸລະກິດປະຈຳປີ ລວມມີກົນລະຍຸດການຕະຫຼາດ, KPI, ງົບປະມານ, ລາຍຮັບ-ລາຍຈ່າຍ, ເງິນປັນຜົນ ແລະ ພັນທະພາສີໃຫ້ລັດຖະບານ.
ພ້ອມທັງວາງແຜນການລົງທຶນຂະຫຍາຍເຄືອຂ່າຍ ໂດຍເນັ້ນໜັກ Effective Investment Cost ສະເລ່ຍ 25 ໂດລາ, ວິໄນດ້ານການເງິນ ແລະ ການກວດສອບສະຖານະການເງິນຢ່າງໂປ່ງໃສ ໂດຍບໍລິສັດກວດສອບອິດສະຫຼະສາກົນ ເຊັ່ນ KPMG, Deloitte, PWC ແລະ EY.
3.3 ຜົນປະກອບການ ແລະ ພັນທະຕໍ່ຜູ້ມີສ່ວນກ່ຽວຂ້ອງ
ຕະຫຼອດ 29 ປີ ລາວໂທລະຄົມມີ:
- ລາຍຮັບລວມທັງໝົດ 26,887 ຕື້ກີບ.
- ເງິນປັນຜົນສະເລ່ຍ 13.69 ລ້ານໂດລາຕໍ່ປີ.
- ເງິນປັນຜົນສະສົມລວມ 397 ລ້ານໂດລາ.
- ພັນທະພາສີລວມ 227 ລ້ານໂດລາ.
4. ຜົນງານ ແລະ ລາງວັນທີ່ໄດ້ຮັບ
ລາວໂທລະຄົມໄດ້ຮັບການຍ້ອງຍໍ ແລະ ລາງວັນຫຼາຍລາງວັນ ເຊັ່ນ:
- ຫຼຽນໄຊແຮງງານຊັ້ນ I, II ແລະ III.
- ລາງວັນນັກທຸລະກິດດີເດັ່ນ ແລະ ທຸລະກິດຊັ້ນນຳໃນໄລຍະ COVID-19.
- International Finance Awards.
- Fastest Growing FTTH Internet Service Provider-Laos Award.
- Fastest Growing Mobile e-Wallet App-M Money-Laos Award.
- Mobile Operator ດີເດັ່ນ ຈາກ Asian Telecom Award.
- 9th ASEAN Entrepreneur Award 2024.
- The Stevie Awards for Technology Excellence ທີ່ນິວຢອກ ສະຫະລັດອາເມລິກາ.
- ASEAN Business Awards 2024 ດ້ານການພັດທະນາໂຄງສ້າງພື້ນຖານໂທລະຄົມ.
- ປີ 2025 ໄດ້ຮັບລາງວັນດີເດັ່ນລະດັບອາຊຽນຈາກ ITU.
ຜົນງານດັ່ງກ່າວສະແດງເຖິງຄວາມໂດດເດັ່ນຂອງລາວໂທລະຄົມ ແລະ ຂະແໜງເຕັກໂນໂລຊີ-ການສື່ສານ ໃນເວທີພາກພື້ນ ແລະ ສາກົນ.
5. ແຜນດຳເນີນທຸລະກິດໃນອະນາຄົດ ແລະ ຂໍ້ສະເໜີ
5.1 ແຜນດຳເນີນທຸລະກິດ
ລາວໂທລະຄົມມີແຜນຫັນປ່ຽນກົນລະຍຸດຈາກ Telecom Operator ໄປສູ່ Digital Service Provider ໂດຍເນັ້ນໃສ່ AI, Intelligent Network ແລະ Fintech M-Money.
ສິ່ງທ້າທາຍສຳຄັນແມ່ນສະພາບເສດຖະກິດ, ອັດຕາເງິນເຟີ້ ແລະ ການຂາດແຄນເງິນຕາຕ່າງປະເທດ.
5.2 ຂໍ້ສະເໜີ
1. ຂໍບຸລິມະສິດໃນການແລກປ່ຽນເງິນຕາຕ່າງປະເທດ ເພື່ອຊຳລະເງິນປັນຜົນ ແລະ ຊຳລະຄ່າຜູ້ສະໜອງຕ່າງປະເທດ.
2. ສະເໜີໃຫ້ຂັ້ນເທິງຄົ້ນຄວ້າລະບຽບການຄຸ້ມຄອງສະເພາະລັດວິສາຫະກິດທີ່ລົງທຶນຮ່ວມກັບຕ່າງປະເທດ.
3. ສະເໜີໃຫ້ກຳນົດຄ່າໃຊ້ຈ່າຍທີ່ຕິດພັນກັບຕົ້ນທຶນ ເຊັ່ນ ຄ່າໄຟຟ້າ ໃຫ້ເໝາະສົມສຳລັບຫົວໜ່ວຍທຸລະກິດບູລິມະສິດຂອງລັດ.
4. ສະເໜີຂໍຍົກເວັ້ນພາສີອາກອນອຸປະກອນໂທລະຄົມ ແລະ ອຸປະກອນທີ່ຕິດພັນກັບການຫັນເປັນດິຈິຕອນ ໃຫ້ລະບຸຢ່າງຊັດເຈນໃນກົດໝາຍສົ່ງເສີມການລົງທຶນສະບັບປັບປຸງປີ 2024 ມາດຕາ 12.
5. ສະເໜີໃຫ້ບູລິມະສິດແກ່ລັດວິສາຫະກິດໃນການສະໜອງສິນຄ້າ ແລະ ບໍລິການໃຫ້ແກ່ໂຄງການຂະໜາດໃຫຍ່ ແລະ ໂຄງການບູລິມະສິດຂອງລັດ.
Powered by Froala Editor

