ໃນວັນທີ 26 ເມສາ 2024 ທີ່ຜ່ານມາ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດເພື່ອປຶກສາຫາລື ແລະ ຮັບຟັງການຈັດຕັ້ງປະຕິບັດໂຄງການ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ໄພທູນ ທ່ຽງລະໄມ ວ່າການແທນຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ມີ ທ່ານ ຖັງຢົງໂຄ່ວ (Tang YongKuo) ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກການຂອງແຂວງວຽງຈັນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ໄພທູນ ທ່ຽງລະໄມ ຍັງໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ຮັບຟັງການຈັດຕັ້ງປະຕິບັດໂຄງການທາງດ່ວນ ລາວ-ຈີນ ຊ່ວງທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃຫ້ແກ່ ການຄົ້ນຄວ້າພິຈາລະນາການຮ່ວມມືພັດທະນາທາງດ່ວນ ຊ່ວງທີ 2, 3 ແລະ ຊ່ວງທີ 4 ແຕ່ເມືອງໄຊ ຫາ ຊາຍແດນລາວຈີນ (ບໍ່ເຕນ-ບໍ່ຫານ), ຊຶ່ງໂຄງການທາງດ່ວນລາວ-ຈີນ ແມ່ນໂຄງການຍຸດທະສາດ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ບັນດາແຂວງພາກເໜືອຂອງລາວ ອອກສູ່ ສປ ຈີນ ແນໃສ່ປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການເດີນທາງໄປມາຫາສູ່ກັນ, ຊຸກຍູ້ການຂົນສົ່ງ, ຂະຫຍາຍການຄ້າ ແລະ ການລົງທຶນ ແລະ ປະກອບ ສ່ວນຊ່ວຍພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມທັງ ປະກອບສ່ວນຮັດແໜ້ນການຮ່ວມມືພິເສດ ລະຫວ່າງ ສອງພັກ ສອງລັດຖະບານ ລາວ-ຈີນ ໃຫ້ມີເຂັ້ມແຂງຂຶ້ນເປັນກ້າວໆ.

ສຳລັບ, ໂຄງການທາງດ່ວນລາວ-ຈີນ ແຕ່ນະຄອນຫຼວງວຽງຈັນ ຫາ ຊາຍແດນລາວ-ຈີນ ມີຄວາມຍາວທັງໝົດປະມານ 440 ກມ, ຊຶ່ງໄດ້ແບ່ງເປັນ 4 ຊ່ວງ ການກໍ່ສ້າງ ຄື: ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ, ຊ່ວງທີ 2 ແຕ່ວັງວຽງ ຫາ ນະຄອນຫຼວງພະບາງ, ຊ່ວງທີ 3 ແຕ່ນະຄອນຫຼວງພະບາງ ຫາ ເມືອງໄຊ ແລະ ຊ່ວງທີ 4 ແຕ່ເມືອງໄຊ ຫາ ບໍ່ເຕນ (ຊາຍແດນລາວຈີນ). ສຳລັບຄວາມຄືບໜ້າມາຮອດປະຈຸບັນ, ໄດ້ສຳເລັດກໍ່ສ້າງ ແລະ ເປີດໃຫ້ບໍລິການ ໃນຊ່ວງທີ 1 ນັບແຕ່ທ້າຍປີ 2020 ເປັນຕົ້ນມາ, ສ່ວນຊ່ວງທີ 2 ແມ່ນຢູ່ໃນໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຊ່ວງທີ 3 ແມ່ນສຳເລັດການຮັບຮອງແລວທາງ ແລະ ຊ່ວງທີ 4 ແມ່ນພວມປັບປຸງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຕາມຄຳເຫັນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ເຊິ່ງຄາດວ່າຈະສຳເລັດ ແລະ ຖືກຮັບຮອງໃນມໍ່ໆນີ້.




