ຄຳເຫັນ
ໂດຍ: ທ່ານ ສະເຫຼີມ ໄຕຍະລາດ
ຮອງອຳນວຍການ ລັດວິສາຫະກິດການບິນລາວ
ທ່ານ ສະເຫຼີມ ໄຕຍະລາດ ໃນນາມຮັກສາການຜູ້ອຳນວຍການ ລັດວິສາຫະກິດການບິນລາວ (ກບລ) ໄດ້ສະແດງຄວາມຍິນດີ ແລະ ພູມໃຈທີ່ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈຳປີ 2025 ພ້ອມທັງສະແດງຄວາມເປັນເອກະພາບ ແລະ ຊົມເຊີຍຕໍ່ການລາຍງານຂອງບັນດາທ່ານ.
1. ຄວາມເປັນມາ ແລະ ຈຸດປະສົງຂອງແຜນປະຕິຮູບ
ແຜນປະຕິຮູບ ກບລ ໄດ້ຮ່າງຂຶ້ນຕັ້ງແຕ່ປີ 2022 ຕາມຂໍ້ຕົກລົງເລກທີ 56/ນຍ ລົງວັນທີ 13 ກໍລະກົດ 2022 ແລະ ໂຄງການຊ່ວຍເຫຼືອລ້າຂອງທະນາຄານໂລກ ພາຍໃຕ້ແຜນງານປະຕິຮູບການຄຸ້ມຄອງການເງິນຂອງ ສປປ ລາວ ແລະ ໄດ້ຮັບຮອງຈາກລັດຖະບານໃນທ້າຍປີ 2023.
ແຜນປະຕິຮູບມີ 2 ຈຸດປະສົງຫຼັກຄື:
ປັບປຸງການດຳເນີນທຸລະກິດ ແກ້ໄຂຂໍ້ຫຍຸ້ງຍາກ ເພື່ອໃຫ້ ກບລ ສາມາດມີກຳໄລ ຫຼຸດຜ່ອນພາລະທາງການເງິນຂອງລັດຖະບານ ແລະ ບໍ່ກັບໄປສູ່ວົງຈອນການຍົກໜີ້.
ປັບໂຄງສ້າງການເງິນໃຫ້ເປັນທຸລະກິດທີ່ໜ້າລົງທຶນ ເພື່ອດຶງດູດນັກລົງທຶນທີ່ມີຄຸນສົມບັດເໝາະສົມ.
ແຜນງານດັ່ງກ່າວກຳນົດເປັນ 4 ກຸ່ມວຽກ, 13 ແຜນງານ ແລະ 88 ກິດຈະກຳ.
2. ຜົນສຳເລັດທີ່ພົ້ນເດັ່ນ
- ການເພີ່ມລາຍຮັບເສີມຈາກຜູ້ໂດຍສານ: ໄດ້ພັດທະນາການຂາຍນ້ຳໜັກກະເປົາເກີນລ່ວງໜ້າ, ບັດເຂົ້າຫ້ອງລໍຖ້າພິເສດ, ອັບເກຣດບ່ອນນັ່ງຊັ້ນທຸລະກິດ, ເລືອກບ່ອນນັ່ງ ແລະ ປະກັນໄພເດີນທາງ. ເຮັດໃຫ້ລາຍຮັບເພີ່ມຈາກ 0.99 ລ້ານໂດລາ ເປັນ 1.35 ລ້ານໂດລາ.
- ການເພີ່ມລາຍຮັບຈາກການສ້ອມບຳລຸງ: ໄດ້ສະໜອງບໍລິການເຊົ່າອູ່ສ້ອມແປງ, ເຄື່ອງມື ແລະ ບໍລິການສ້ອມບຳລຸງໃຫ້ສາຍການບິນພາຍໃນ ແລະ ຕ່າງປະເທດ. ລາຍຮັບເພີ່ມຈາກ 0.99 ລ້ານໂດລາ ເປັນ 1.81 ລ້ານໂດລາ ໂດຍມີອັດຕາຂະຫຍາຍຕົວສະສົມ 44%.
- ການເພີ່ມລາຍຮັບຈາກການຂົນສົ່ງສິນຄ້າ: ໄດ້ພັດທະນາບໍລິການສ່ອງລັງສີ, ສາງເຢັນ, ຈັດສັນພື້ນທີ່ໃຫ້ບໍລິສັດຂົນສົ່ງ, ປັບປຸງຄ່າບໍລິການ ແລະ ຂະຫຍາຍການຮ່ວມມືກັບບໍລິສັດຂົນສົ່ງພາຍໃນ-ຕ່າງປະເທດ. ລາຍຮັບຈາກການຂົນສົ່ງສິນຄ້າ ແລະ ຖົງເມເພີ່ມຈາກ 1.10 ລ້ານໂດລາ ເປັນ 1.61 ລ້ານໂດລາ, ມີອັດຕາຂະຫຍາຍຕົວສະສົມ 8% ແລະ ປະລິມານສິນຄ້າເພີ່ມຈາກ 1,408 ໂຕນ ເປັນ 3,170 ໂຕນ.
- ການປັບປຸງຝູງເຮືອບິນ: ໄດ້ເລີ່ມທົດລອງເຊົ່າເຮືອບິນ C909 ຈຳນວນ 2 ລຳ ເພື່ອບິນໃນເສັ້ນທາງ ວຽງຈັນ-ບາງກອກ, ວຽງຈັນ-ປາກເຊ, ວຽງຈັນ-ຊຳເໜືອ ແລະ ວຽງຈັນ-ຄຸນໝິງ. ຜົນຕອບຮັບຈາກຜູ້ໂດຍສານເປັນທາງບວກ ເນື່ອງຈາກເຮືອບິນມີຄວາມສະດວກສະບາຍ ແລະ ຫຼຸດເວລາເດີນທາງ ໂດຍມີແຜນຂະຫຍາຍການນຳໃຊ້ໃນອະນາຄົດ.
- ການຊອກຫາຄູ່ຮ່ວມທຶນ: ຈາກບໍລິສັດທີ່ສະແດງຄວາມສົນໃຈ 7 ແຫ່ງ, COMAC ເປັນບໍລິສັດທີ່ຜ່ານມາດຖານການຄັດເລືອກ. COMAC ເປັນລັດວິສາຫະກິດຍຸດທະສາດຂອງ ສປ ຈີນ ແລະ ເປັນຜູ້ຖືຮຸ້ນໃຫຍ່ຂອງ Chengdu Airlines ທີ່ມີເຮືອບິນປະມານ 70 ລຳ (C909 ແລະ A320). ການຮ່ວມທຶນສອດຄ່ອງກັບທິດທາງຄູ່ຮ່ວມຊາຕາກຳລາວ-ຈີນ. ປັດຈຸບັນທັງສອງຝ່າຍກຳລັງແກ້ໄຂຂໍ້ຄົງຄ້າງ ຕາມທິດຊີ້ນຳຂອງນາຍົກລັດຖະມົນຕີ ລົງວັນທີ 5 ພະຈິກ 2025 ໂດຍກຳນົດສັດສ່ວນການຖືຮຸ້ນຝ່າຍລາວ 51% ແລະ ຝ່າຍຈີນ 49%.
3. ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງ
ໃນໄລຍະປະຕິຮູບ ກບລ ໄດ້ຮັບການສະໜັບສະໜູນຈາກຄະນະປະຕິຮູບລັດວິສາຫະກິດ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ລວມທັງສະພາບໍລິຫານ ກບລ ເຮັດໃຫ້ແຜນປະຕິຮູບມີຄວາມຄືບໜ້າ ແລະ ສາມາດປະເມີນຜົນເປັນຕົວເລກໄດ້ຢ່າງຊັດເຈນ.
ນອກຈາກນີ້ ຍັງໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານໂລກ ໄລຍະທີ 2 ມູນຄ່າ 1.7 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນາ ກບລ ຢ່າງຍືນຍົງ ພ້ອມທັງສຶກສາກຳນົດທິດທາງປະຕິຮູບ, ປັບປຸງການບໍລິຫານ, ໂຄງສ້າງອົງກອນ ແລະ ມາດຖານລາຍງານການເງິນໃຫ້ສອດຄ່ອງກັບມາດຕະຖານສາກົນ ເຊັ່ນ IFRS.
4. ບັນຫາຄົງຄ້າງ ແລະ ວຽກງານຕໍ່ໄປ
ເຖິງແມ່ນຈະມີຜົນສຳເລັດຫຼາຍດ້ານ ແຕ່ ກບລ ຍັງມີວຽກງານທີ່ຕ້ອງສືບຕໍ່ຄື:
ປັບປຸງໂຄງສ້າງການເງິນໃຫ້ສຳເລັດ ເພື່ອກະກຽມການຮ່ວມທຶນ.
ກຳນົດກົນໄກຄຸ້ມຄອງບໍລິສັດຮ່ວມທຶນ ແລະ ກົນໄກຄຸ້ມຄອງການເງິນ.
ນຳຄຳແນະນຳຈາກໂຄງການພັດທະນາ ກບລ ຢ່າງຍືນຍົງ ໄປຜັນຂະຫຍາຍປະຕິບັດ.
ຜັນຂະຫຍາຍແຜນການຮ່ວມທຶນໃຫ້ສຳເລັດ.
5. ຂໍ້ສະເໜີ ແລະ ຄຳອວຍພອນ
ກບລ ຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ສະໜັບສະໜູນ, ຊຸກຍູ້ ແລະ ສົ່ງເສີມ ເພື່ອໃຫ້ ກບລ ມີຄວາມໝັ້ນຄົງ ແລະ ສືບຕໍ່ເປັນ “ສາຍການບິນແຫ່ງຊາດທີ່ເປັນຄວາມພາກພູມໃຈຂອງຄົນລາວ” ໃນການເຊື່ອມໂຍງ ສປປ ລາວ ກັບພາກພື້ນ ແລະ ສາກົນ ດ້ວຍການບໍລິການທີ່ທັນສະໄໝ, ປອດໄພ ແລະ ມີປະສິດທິຜົນ.
ພ້ອມນີ້ ໄດ້ກ່າວອວຍພອນໃຫ້ທ່ານຮອງນາຍົກລັດຖະມົນຕີ ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ, ຄະນະປະຕິຮູບລັດວິສາຫະກິດ ແລະ ແຂກຜູ້ມີກຽດທຸກທ່ານ ມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ພ້ອມທັງຂໍໃຫ້ກອງປະຊຸມປະສົບຜົນສຳເລັດ.
Powered by Froala Editor

