ຄຳເຫັນຂອງຂະແໜງການ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍລັດວິສາຫະກິດ
ໂດຍ: ທ່ານ ຈັນສະແຫວງ ບຸນຍົງ
ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
ກອງປະຊຸມ: ສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈຳປີ 2025
ວັນທີ: 17 ທັນວາ 2025
ສະຖານທີ່: ຫ້ອງປະຊຸມສູນ ICTC, ນະຄອນຫຼວງວຽງຈັນ
1. ຜົນການຈັດຕັ້ງປະຕິຮູບ
ອີງຕາມແຜນປະຕິຮູບຂອງລັດຖະບານ ຕາມມະຕິເລກທີ 10/ລບ ລົງວັນທີ 15 ຕຸລາ 2021 ແລະ ມະຕິສະພາແຫ່ງຊາດເລກທີ 58/ສພຊ ມີລັດວິສາຫະກິດໃນແຜນປະຕິຮູບທັງໝົດ 32 ຫົວໜ່ວຍ. ໃນນັ້ນ ລັດວິສາຫະກິດຂຶ້ນກັບກະຊວງ ອຄ ມີ 11 ຫົວໜ່ວຍ ໂດຍສຳເລັດແລ້ວ 3 ຫົວໜ່ວຍ ຄື:
ບໍລິສັດ ໄຮນີເກັນ ບົວເວີຣິ ຈຳກັດ.
ລັດວິສາຫະກິດ ຝ່າຍລາວ.
ລັດວິສາຫະກິດ ຂົນສົ່ງນ້ຳມັນເຊື້ອໄຟລາວ (ໂຮມເຂົ້າກັບລັດວິສາຫະກິດນ້ຳມັນເຊື້ອໄຟລາວ).
ສ່ວນອີກ 8 ຫົວໜ່ວຍຍັງສືບຕໍ່ປະຕິຮູບ ປະກອບມີ: ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ໄຟຟ້າລາວ, ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ການຄ້າສາກົນ-ລາວບໍລິການ, ລ້ານຊ້າງພັດທະນາ ແລະ ບໍລິການຂາອອກ-ຂາເຂົ້າ, ລາວຂາອອກ-ຂາເຂົ້າ, ສະໜອງວັດຖຸເຕັກນິກ ແລະ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ.
ນອກຈາກນີ້ ຍັງໄດ້ດຳເນີນວຽກສຳຄັນ ດັ່ງນີ້:
ອອກຂໍ້ຕົກລົງເລກທີ 92/ຄປລກ ລົງວັນທີ 06 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປະຕິຮູບລັດວິສາຫະກິດຂອງກະຊວງ ອຄ.
ອອກຂໍ້ຕົກລົງເລກທີ 3065/ອຄ ລົງວັນທີ 26 ພະຈິກ 2025 ແຕ່ງຕັ້ງຄະນະຮັບຜິດຊອບປະຕິຮູບຂອງ ຟຟລ, ລັດວິສາຫະກິດພັດທະນາແຮ່ທາດລາວ ແລະ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ.
ສຳເລັດການສັງລວມສະຖິຕິການລົງທຶນຂອງລັດວິສາຫະກິດ ແລະ ວິສາຫະກິດລັດຮ່ວມທຶນຂຶ້ນກັບກະຊວງ ອຄ ທັງໝົດ 18 ຫົວໜ່ວຍ, ໃນນັ້ນ ລັດລົງທຶນ 100% ມີ 11 ຫົວໜ່ວຍ ແລະ ວິສາຫະກິດປະສົມ 7 ຫົວໜ່ວຍ. ສ່ວນການລົງທຶນໃນໂຄງການ ແລະ ການຮ່ວມທຶນກັບເອກະຊົນຍັງຕ້ອງສັງລວມເພີ່ມເຕີມ.
2. ແຜນວຽກຕໍ່ໜ້າ
ກະຊວງ ອຄ ມີແຜນສືບຕໍ່ດຳເນີນວຽກສຳຄັນ ດັ່ງນີ້:
ຜັນຂະຫຍາຍນິຕິກຳຂອງຄະນະປະຕິຮູບຂັ້ນສູນກາງ ແລະ ສ້າງນິຕິກຳສະເພາະສຳລັບການປະຕິຮູບລັດວິສາຫະກິດ ແລະ ວິສາຫະກິດລັດຮ່ວມທຶນ.
ສ້າງແຜນການເຄື່ອນໄຫວ ແລະ ກົນໄກເຮັດວຽກຂອງຄະນະຮັບຜິດຊອບປະຕິຮູບຂອງກະຊວງ ລວມທັງຂອງ ຟຟລ, ລັດວິສາຫະກິດພັດທະນາແຮ່ທາດ ແລະ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ.
ຈັດປະຊຸມເຜີຍແຜ່ພາລະບົດບາດຂອງກົມຄຸ້ມຄອງວິສາຫະກິດ ແລະ ປຶກສາຫາລືກົນໄກຄຸ້ມຄອງ, ຕິດຕາມ ແລະ ກວດກາ.
ສ້າງກົນໄກຕິດຕາມການສ້າງຕັ້ງ, ປ່ຽນແປງ, ປະຕິຮູບ ແລະ ຍຸບເລີກລັດວິສາຫະກິດ ເພື່ອເກັບກຳຂໍ້ມູນ ແລະ ລາຍງານຂໍທິດຊີ້ນຳ.
ສ້າງຄະນະປະສານງານກັບບັນດາລັດວິສາຫະກິດຂຶ້ນກັບກະຊວງ.
ສືບຕໍ່ສັງລວມສະຖິຕິການລົງທຶນໃນໂຄງການຕ່າງໆ ແລະ ການຮ່ວມທຶນກັບວິສາຫະກິດເອກະຊົນ.
3. ຄວາມຄືບໜ້າການປະຕິຮູບລັດວິສາຫະກິດໄຟຟ້າລາວ (ຟຟລ)
ໄດ້ສຸມໃສ່ 3 ດ້ານສຳຄັນ ຄື:
ດ້ານບໍລິຫານ ແລະ ບຸກຄະລາກອນ: ປັບປຸງຂອດບໍລິຫານພາຍໃນ ແລະ ຫຼຸດລາຍຈ່າຍທີ່ບໍ່ຈຳເປັນ.
ດ້ານໜີ້ສິນ ແລະ ເສດຖະກິດມະຫາພາກ: ເຈລະຈາປັບແກ້ສັນຍາຊື້-ຂາຍໄຟຟ້າຈາກ 55 ໂຄງການ ເພື່ອຫຼຸດຕົ້ນທຶນຊື້ໄຟ ແລະ ປັບໂຄງສ້າງໜີ້ເງິນກູ້ໄລຍະປີ 2023–2027 ເຮັດໃຫ້ພັນທະຊຳລະໜີ້ຕໍ່ປີຫຼຸດຈາກ 600–700 ລ້ານໂດລາ ເຫຼືອບໍ່ເກີນ 350–400 ລ້ານໂດລາ.
ດ້ານລະບົບໄຟຟ້າ ແລະ ເຕັກນິກ: ແກ້ໄຂບັນຫາການລັກໃຊ້ໄຟຟ້າ, ພັດທະນາແຫຼ່ງສະໜອງໄຟພາຍໃນ ແລະ ເລັ່ງສ້າງສາຍສົ່ງ. ໃນ 6 ເດືອນຕົ້ນປີ 2025 ພະລັງງານຕົກເຮ່ຍຫຼຸດລົງເຫຼືອ 6.33% ສາມາດປະຢັດເງິນໄດ້ປະມານ 35 ລ້ານໂດລາ.
ສຳລັບການແກ້ໄຂໜີ້ສິນ ແລະ ລາຄາໄຟຟ້າ ມີຄວາມຄືບໜ້າດັ່ງນີ້:
ການປັບໂຄງສ້າງໜີ້ກັບກຸ່ມບໍລິສັດເຂື່ອນໄຟຟ້ານ້ຳອູ (Power China) ສຳເລັດແລ້ວ ແຕ່ຍັງລໍຖ້າລັດຖະບານຈີນຮັບຮອງ.
ສຳເລັດການເຈລະຈາປັບໂຄງສ້າງໜີ້ກັບເຈົ້າໜີ້ພາຍໃນ ຄື ທະນາຄານພັດທະນາລາວ, ທະນາຄານຮ່ວມພັດທະນາ ແລະ ກະຊວງການເງິນ ເຮັດໃຫ້ສາມາດຜ່ອນຊຳລະຕາມແຜນ. ສ່ວນໜີ້ຕ່າງປະເທດ ໂດຍສະເພາະເຈົ້າໜີ້ຈີນ ຍັງຢູ່ໃນຂັ້ນຕອນຢັ້ງຢືນໜີ້ ແລະ ຄົ້ນຄວ້າການປັບໂຄງສ້າງ.
ສຳເລັດການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ສຳລັບປີ 2025–2029 ເພື່ອເພີ່ມລາຍຮັບ ແລະ ຫຼຸດຜ່ອນການຂາດທຶນ. ຄາດວ່າຍັງຂາດດຸນ 200–300 ລ້ານໂດລາຕໍ່ປີ ຈົນເຖິງປີ 2030 ແລະ ອາດສາມາດຊຳລະໜີ້ໄດ້ໝົດໃນປີ 2035 ຖ້າສາມາດປັບຄ່າໄຟພາກຈຳໜ່າຍຕາມກົນໄກເສດຖະກິດໃນແຕ່ລະປີ.
ໃນປີ 2026 ຈະສືບຕໍ່ປະຕິບັດແຜນປະຕິຮູບສະບັບປັບປຸງປີ 2025 ທີ່ລັດຖະບານຮັບຮອງ ປະກອບມີ 6 ກຸ່ມວຽກ, 34 ແຜນງານ ແລະ 200 ກວ່າໜ້າວຽກຍ່ອຍ.
4. ການປະຕິຮູບລັດວິສາຫະກິດນ້ຳມັນເຊື້ອໄຟລາວ
ສຳລັບການປະຕິຮູບລັດວິສາຫະກິດນ້ຳມັນເຊື້ອໄຟລາວ ບັນດາບໍລິສັດ Big 4 ປະກອບມີ EY, PWC, KPMG ແລະ Theriot ໄດ້ແນະນຳໃຫ້ວ່າຈ້າງບໍລິສັດຊ່ຽວຊານພາຍໃນດ້ານການປະເມີນຊັບສິນ ເພື່ອໃຫ້ການດຳເນີນງານມີຄວາມຄ່ອງຕົວ ແລະ ປະຢັດຕົ້ນທຶນ.
5. ຂໍ້ສະເໜີຕໍ່ຄະນະປະຕິຮູບຂັ້ນສູນກາງ
ສະເໜີໃຫ້ຄະນະປະຕິຮູບຂັ້ນສູນກາງ ສືບຕໍ່ໃກ້ຊິດຕິດແທດ ຊຸກຍູ້ ແລະ ໃຫ້ທິດຊີ້ນຳຢ່າງເປັນປົກກະຕິ ໃນການປະຕິຮູບລັດວິສາຫະກິດຂຶ້ນກັບກະຊວງ ອຄ ໂດຍສະເພາະ ຟຟລ ແລະ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ເພື່ອຍົກສູງປະສິດທິພາບ ແລະ ດຳເນີນການປະຕິຮູບໃຫ້ສຳເລັດຕາມເປົ້າໝາຍ.
Powered by Froala Editor

